ການປະຕິບັດງານ, ການຂຸດຄົ້ນ ແລະ ການລົງທຶນ.

ອີງຕາມສັນຍາ 513 ທີ່ໄດ້ເຊັນໃນເດືອນພະຈິກ 21, 2006 ໃນນະຄອນຫລວງວຽງ, ຂອງສປປລາວລະຫວ່າງທີມງານຂຸດຄົ້ນບໍ່ແຮ່, ກະຊວງປ້ອງກັນປະເທດແຫ່ງສປປ ລາວ (MT.MOND ) ແລະບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈໍາກັດ ( VLJSMC ) ກ່ຽວກັບການ ການສຳຫຼວດ, ຂຸດຄົ້ນບໍ່ແຮ່ ແລະ ການປຸງແຕ່ງຄຳໃນຂອບເຂດ 250 ກມ2 ໃນແຂວງອັດຕະປືຂອງສປປລາວທີ່ໄດ້ຮັບການອະນຸຍາດໂດຍກະຊວງຊັບພະຍາກອນບໍ່ແຮ່.ໃນການປະຕິບັດເພື່ອຂຸດຄົ້ນຄຳ, ການປະເມີນທ່າແຮງໃນການເຮັດເໝືອງໃນພື້ນທີ່ 3km2, ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດໄດ້ຮ່ວມມືກັບອຳນາດການປົກຄອງທີ່ໄດ້ຖືກຮັບມອບໝາຍໃຫ້ການສຳຫຼວດ, ຂຸດຄົ້ນບໍ່ແຮ່ ໃນຂອບເຂດບ້ານວັງຕັດ ເມືອງສານໄຊແຂວງອັດຕະປືເພື່ອປະເມີນຜົນຂອງຂະໜາດແລະຄວາມອາດສາມາດໃນການຂຸດຄົ້ນບໍ່ແຮ່ໃນພື້ນທີ່ດັ່ງກ່າວ.

ຈຸດປະສົງຂອງໂຄງການນການສຳຫຼວດມີດັ່ງນີ້:

+ ເພື່ອການປະເມີນຜົນຂອງເຂດສະຫງວນໃນເຂດ 122 ແລະ 333 ( ຄືກັນກັບ 344a ) ສໍາລັບເຂດພື້ນທີ່ 3km2 ຢູ່ວັງຕັດ.
+ ໃນການສຳຫຼວດ ເຂດບໍ່ແຮ່ 122 ຈະຕ້ອງມີ 3,46544 ໂຕນຂອງໂລຫະຄຳ ແລະ ເຂດ 334a ແມ່ນຄາດວ່າຈະມີ 0,64206 ໂຕນ. ມັນຊີ້ບອກຈະມີການສຳຫຼວດເພື່ອຍົກລະດັບຕໍ່ໄປ.

 ໜ້າ​ວຽກຂອງ​ໂຄງການ​ການ​ສຳ​ຫຼວດມີ​ດັ່ງ​ນີ້:

+ ເພື່ອປະຕິບັດການສຳຫຼວດສຳລັບການສັງລວມກ່ຽວກັບຊັບພະຍາກອນທໍລະນີ, ແຮ່ທາດ ແລະແຜນທີ່ຂອງ 6 ກມ2 ພ້ອມທັງຄວາມອາດສາມາດໃນຂົງເຂດອື່ນໆອີກ 24 ກມ2 ທີ່ຢູ່ເຂດວັງຕັດໂດຍອີງຕາມມາດຕາສ່ວນ 1/10.000.
+ ເພື່ອສ້າງຕັ້ງລະບົບຄົມມະນາຄົມທາງອາກາດ ແລະ ປັບປຸງລະບົບ ອີງຕາມລະບົບ UTM ເຂດ -48; ເພື່ອສັງລວມແຜນທີ່ ທີ່ອັດຕາສ່ວນ 1/2, 000 ຂອງພື້ນທີ່ການສຳຫຼວດ 3 ກມ2 ໂດຍອີງຕາມ ລະບົບຕົວປະສານ WGS – 84; ເພື່ອສາຍການສຳຫຼວດທາງວິສະວະກຳ; ເພື່ອທີ່ຈະໄດ້ແຜນທີ່ພູມສາດ.
+ ການເຮັດວິສະວະກຳທໍລະນີສາດ ເຊັ່ນ: ການບຳບັດກ່ອນປ່ອຍ, ຮ່ອງພັກ, ຄວາມໄວໃນການໄຫລ ແລະ ການຂຸດເຈາະເພື່ອຮັບໃຊ້ໃນເໝືອງ ໃນເຂດພື້ນທີ່ 3 ກມ2
+ ເພື່ອວັດຄວາມເລິກຕາມການສຳຫຼວດເພື່ອຂໍ້ມູນໃນການຂຸດຄົ້ນບໍ່ແຮ່.
+ ເພື່ອເກັບຕົວຢ່າງແລະການວິເຄາະ ທຸກປະເພດຂອງຕົວຢ່າງ, ເພື່ອສຶກສາແລະປະເມີນຜົນ ຂະໜາດ ຂອງສາຍແຮ່ຄຳໃນເຂດວັງຕັດ.
+ ເພື່ອສຶກສາກ່ຽວກັບຄຸນລັກສະນະ hydrogeological ແລະ geoengineering ພາຍໄຕ້ເງື່ອໄຂການຂຸດຄົ້ນບໍ່ແຮ່ 3 ກມ2 ຂອງເຂດວັງຕັດ.
ການຂຸດຄົ້ນຊັບພະຍາກອນແຮ່ທາດ ຢູ່ໃນເຂດວັງຕັດ ຜ່ານການຄິດໄລ່ອາດມີ 3,161 ໂຕຂອງໂລຫະຄຳໃນເຂດ 122 ແລະ 4,289 ໂຕນຂອງໂລຫະຄຳໃນເຂດ 333 ທີ່ຢູ່ໃນເຂດພື້ນທີ່ການສຳຫຼວດແຮ່ທາດ 3 ກມ2.
ການສ້າງຕັ້ງບົດລາຍງານແລະ ສະຫລຸບບົດລາຍງານການສຳຫຼວດກ່ຽວກັບເຂດພື້ນທີ່ວັງນ້ອຍ ໄດ້ມີການດຳເນີນການໂດຍບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດ ໃນການຮ່ວມມືກັບຄູ່ຮ່ວມງານເຊັ່ນ: ສະຖາບັນທໍລະນີສາດແລະຊັບພະຍາກອນບໍ່ແຮ່ຂອງປະເທດຫວຽດນາມທີ່ເປັນທີ່ຍອມຮັບໃນການກວດສອບແລະສາມາດເຊື່ອຖືໄດ້ໃນບົດລາຍງານ, Hydrogeological ແລະ Geoeng ineering ທາງດ້ານແຜນທີ່ 701 ພາຍໄຕ້ການຈັດການລະບົບລະບາຍນ້ຳ ແລະ ການບໍລິຫານການຂຸດຄົ້ນແບບມີແຜນການ, ທີມງານທໍລະນີຟິສິກ no. 79, ກົມທໍລະນີສາດແລະ ບໍ່ແຮ່ຂອງປະເທດຫວຽດນາມສຳຫຼວດສາຍແຮ່ ແລະ ການປະເມີນຊັບພະຍາກອນແຮ່ທາດ, ທາງທໍລະນີ no. 301, ຂອງ NW ພະແນກທໍລະນີອອກ geological ການສຳຫຼວດ ແລະ ເກັບກຳຂໍ້ມູນ ແລະ ຂໍ້ມູນກ່ຽວກັບຊັບພະຍາກອນທໍລະນີສາດ ແລະ ບໍ່ແຮ່, ພະແນກທໍລະນີສາດສາກົນ ( Intergeo ) ການເຈາະສຳຫຼວດສຳລັບການປະເມີນທ່າແຮງຂອງຊັບພະຍາກອນ ແຮ່ທາດ ຄຳໃນເຂດວັງຕັດ
ເພື່ອທີ່ຈະປະຕິບັດບົດລາຍງານສຸດທ້າຍ, ໄດ້ມີການລວບລວມຂໍ້ມູນ no. 701 ຈາກພະແນກ ອຸທົກກະສາດ ແລະ ທໍລະນີວິທະຍາ ໂດຍ Dr.Do Quoc Binh, Eng Luong Van Van, ລວມລວມຂໍ້ມູນ NO 79 ພາຍໄຕ້ກາປະຕິບັດຂອງພະແນນທໍລະນີວິທະຍາ ໂດຍທີມການນັກທໍລະນີຟິສິກ Eng. Lai Manh Giau, ລວບລວມຂໍ້ມູນ no 301 of NW ພາຍໄຕ້ການປະຕິບັດງານຂອງພະແນກທໍລະນີວິທະຍາ ໂດຍທີມການນັກທໍລະນີຟິສິກ Eng. Nguyen Xuan phan
Dr. Nguyen Van Hanh ຈາກສູນ ສຳລັບການວິທະຍາສາດ ແລະ ເຕັກໂນໂລຊີແຫ່ງຊາດໃນການສຶກສາກ່ຽວກັບຄວາມອາດສາມາດ ເປັນໄປໄດ້ຂອງສາຍແຮ່ຄຳໃນເຂດວັງຕັດ ແລະ ອ້ອມຂ້າງ. ນອກຈາກນີ້ ກໍຍັງມີການຮ່ວມມືກັບພາກສ່ວນອື່ນໆໃນໂຄງການ ເຊັ່ນ: Eng. Do Thanh The, MSc. Vu Manh Hao, Eng. Tran Van Thuc, Technicians Huynh Tan Quan, Nguyen Danh Ngoc and Eng. Ho Trong Hao. ບົດລາຍງານສຸດທ້າຍກໍ່ໄດ້ເຮັດພາຍໄຕ້ ຊີ້ນຳຈາກ of Dr. Do Quoc Binh ສະຖາບັນ ທໍລະນີສາດ ແລະ ບໍ່ແຮ່ຂອງປະເທດຫວຽດນາມ, ທີ່ເປັນຜູ້ຮັບຜິດຊອບທາງດ້ານວຽກງານເຕັກນິກຂອງບໍລິສັດ ຫວຽດ-ລາວ ບໍ່ແຮ່ ຈໍາກັດ.
ເພື່ອທີ່ຈະປະຕິບັດກ່ຽວກັບບົດລາຍງານການສຳຫຼວດຂອງວັງຕັດຂອງວັງຕັດສານໄຊ, ອັດຕະປື, ໂດຍການລວບລວມຂໍ້ມູນຂອງ, ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດ ຜ່ານການສະໜັບສະໜູນພະແນກທໍລະນີສາດ ແລະ ບໍ່ແຮ່ ພາຍໄຕ້ກະຊວງພະລັງງານ ແລະ ບໍ່ແຮ່, ການ ທີມງານຂຸດຄົ້ນບໍ່ແຮ່ຂອງກະຊວງປ້ອງກັນປະເທດແຫ່ງສປປລາວ ເຊີ່ງເກີດຂື້ນໂດຍການຮ່ວມມືຂອງປະເທດ ຫວຽດ ນາມ ແລະ ສປປລາວ, ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດຂໍສະແດງຄວາມຂອບໃຈ ເປັນຍ່າງສູງຈາກທຸກໆທ່ານ ໃນຄວາມກະລຸນາ ແລະ ການໃຫ້ການຮ່ວມມືຢ່າງສຸດກົກສຸດປ່າຍ…

ດາວໂຫຼດເອກະສານຕ່າງໆໄດ້ ຕາມ Link ລຸ່ມນີ້:

ເອກະສານສໍາຫລວດແຮ່ຄໍາວັງຕັດ ປີ 2006

Indonesian Geologist (KELANAJAYA INDONIAGA) Preliminary Exploration report

Aurasian Minerals Assessment of Vangtat mining

Results of investigation of 199.1 Km2 at the north-east Noong Key UC Area, Dac Chung District, Sekong Province and vangtatkang Area-Sanxay District-Attapu Province