30/07/2013 ກົມ​ທໍລະນີ​ສາດ ​ແລະ ​ແຮ່​ທາດ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ໄດ້​ອອກ​ໃບ​ອະນຸຍາດ​ຊອກ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​ບໍລິສັດ.

ວັນທີ 30 ກໍລະກົດ 2013 ກົມ​ທໍລະນີ​ສາດ ​ແລະ ​ແຮ່​ທາດ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ໄດ້​ອອກ​ໃບ​ອະນຸຍາດ​ຊອກ​ຄົ້ນ​ແຮ່​ທາດ​ໃຫ້​ແກ່​ບໍລິສັດຮຸ້ນ​ສ່ວນ ຫວຽດ-ລາວ ບໍ່​ແຮ່ ຈຳກັດ ຢູ່​ບ້ານດັກ​ລຸກ ​ເມືອງດັກ​ຈຶງ ​ແຂວງ​ເຊກ​ອງ ​ເນື້ອ​ທີ່ 166,6 ກມ2 ​ແລະ ຢູ່​ບ້ານ​ວັງ​ຕັດ ​ເມືອງ ຊານ​ໄຊ ​ແຂວງ​ອັດ​ຕະປື ​ເນື້ອ​ທີ່ 32,5 ກມ2.