26/06/2013 ການ​ຊ່ວຍ​ສ້າງ​ບຸກຄະລາ​ກອນ​ກັບ​ທີ່​ດ້ານ​ກະສິກຳ ​ແລະ ດ້ານ​ສາທາລະນະ​ສຸກ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ຢູ່​ເຂດ​ວັງ​ຕັດ​ປີ​ລະ 2 ທຶນ, ການ​ສະໜັບສະໜູນ​ໂຄງການ​ລ້ຽງສັດ, ການ​ປະກອບສ່ວນ​ສ້າງ​ກຳ​ແພງ​ອ້ອມ​ຫ້ອງການ​ປັກ​ຄອງ​ເມືອງ​ຊານ​ໄຊ ​ແຂວງ​ອັດ​ຕະປື.

ວັນທີ 26 ມິຖຸນາ 2013 ທ່ານ ບຸ໋ຍ​ແອັງດຶກ ອຳນວຍ​ການ​ໃຫ່ຍບໍລິສັດ​ຮຸ້ນ​ສ່ວນ​ ຫວຽດ-ລາວ ບໍ່​ແຮ່ ຈໍາກັດ ພ້ອມ​ດ້ວຍ​ຄະນະ​ບໍລິຫານ​ງານ​ພາກ​ສະໜາມ​ໄດ້​ຮ່ວມ​ປະຊຸມ​ເຮັດ​ວຽກກັບ​ຄະນະ​ປົກຄອງ​ເມືອງຊານ​ໄຊ ​ແຂວງ​ອັດ​ຕະປື, ​ເຊິ່ງນຳ​ໂດຍ​ ທ່ານ ຄຳ​ຫວັນ ຈັນທະ​ໂຄດ ​ເຈົ້າ​ເມືອງ ​​ເມືອງ​ຊານ​ໄຊ ​ແຂວງ​ອັດ​ຕະປື, ​ໃນ​ກອງ​ປະຊຸມ​ດັ່ງກ່າວ​ໄດ້​ເອກະ​ພາບ​ກັນ​ກ່ຽວກັບ​ການ​ແຜນການ​ເຄື່ອນ​ໄຫວ​ຂອງ​ບໍລິສັດ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ເຂດ​ຈຸດ​ສຸມວັງ​ຕັດ, ​ໂດຍ​ເລັ່ງ​ໃສ່​ການ​ຊ່ວຍ​ສ້າງ​ບຸກຄະລາ​ກອນ​ກັບ​ທີ່​ດ້ານ​ກະສິກຳ ​ແລະ ດ້ານ​ສາທາລະນະ​ສຸກ​ເພື່ອ​ຮັບ​ໃຊ້​ປະຊາຊົນ​ຢູ່​ເຂດ​ວັງ​ຕັດ​ປີ​ລະ 2 ທຶນ, ການ​ສະໜັບສະໜູນ​ໂຄງການ​ລ້ຽງສັດ, ການ​ປະກອບສ່ວນ​ສ້າງ​ກຳ​ແພງ​ອ້ອມ​ຫ້ອງການ​ປັກ​ຄອງ​ເມືອງ​ຊານ​ໄຊ ​ແຂວງ​ອັດ​ຕະປື.