ບໍລິສັດຮູ້ນສ່ວນຫວຽດ-ລາວບໍ່ແຮ່ຈຳກັດ ໄດ້ປ່ຽນຊື່ເປັນ ບໍລິສັດ ວັງຕັດ ຂຸດຄົ້ນບໍ່ແຮ່ຈຳກັດ ໃນວັນທີ 01/01/2018 ເປັນບໍລິສັດທີ່ເຮັດທຸລະກິດຮ່ວມກັນລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ ຂອງກຸ່ມທຸລະກິດທີ່ຈົດທະບຽນຢູ່ບ້ານ B.E ເມືອງ Ngoc Hoi, ແຂວງ Contoum, ປະເທດຫວຽດນາມ ໃນວັນທີ 7 ເດືອນ ມີນາ ປີ 2005, ອີງຕາມກະຊວງແຜນການ ແລະ ການລົງທຶນ, ແຂວງ Cotoum, ປະເທດຫວຽດນາມ ກັບ ພາກທຸລະກິດຂອງການກໍ່ສ້າງ, ໄຟຟ້າຂາເຂົ້າ-ຂາອອກ, ການຄ້າ ແລະ ການຂຸດຄົ້ນບໍ່ແຮ່, ປັດຈຸບັນ ມີເນື້ອທີ່ການສຳປະທານ ທັງໝົດ ແມ່ນ 250+3-50+399.1 ກມ2, ເຊີ່ງໄດ້ກວມເອົາບ້ານວັງຕັດ, ເມືອງ ສານໄຊ, ແຂວງ ອັດຕະປື ແລະ ບ້ານ ດຸກລັກ ເມືອງ ດັກຈຶງ, ແຂວງ ເຊກອງ, ສ.ປ.ປ.ລາວ.

ວັນທີ 22 ເດືອນພະຈິກ 2006, ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດໄດ້ມີການຕົກລົງໃນດ້ານທຸລະກິດຮ່ວມກັນກັບສະຫະພັນຂຸດຄົ້ນບໍ່ແຮ່, ກະຊວງປ້ອງກັນປະເທດແຫ່ງ ສ.ປ.ປ.ລາວ. ສຳລັບໂຄງການຂອງການສຳຫຼວດ ແລະ ການຂຸດຄົ້ນຢູ່ບ້ານວັງຕັດ, ເມືອງ ສານໄຊ, ແຂວງ ອັດຕະປື. ໃນຂົງເຂດ ສປປ ລາວ ທີ່ມີເນື້ອທີ່ປະມານ 250 ກມ2.

ວັນທີ 19 ມັງກອນ 2009, ບໍລິສັດຮຸ້ນສ່ວນ ຫວຽດ – ລາວບໍ່ແຮ່ ຈຳກັດ. ໄດ້ສຳລັດການວິໄຈໃນຄວາມເປັນໄປໄດ້ ແລະ ສະເໜີປະຕິບັດ ງານຂຸດຄົ້ນບໍ່ແຮ່ຄຳ ແລະ ການປຸງແຕ່ງຢູ່ໃນເຂດພື້ນທີ່ຂອງ 3 ກມ2 ຢູ່ໃນ ບ້ານວັງຕັດໃຫຍ່ ເມືອງ ສານໄຊ, ແຂວງ ອັດຕະປື ສປປ ລາວ.

ວັນທີ 4 ເດືອນ ເມສາ ປີ 2009 ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ຈຳກັດ. ໄດ້ເຊັນສັນຍາຄຳຂຸດຄົ້ນບໍ່ແຮ່ ແລະ ການຜະລິດຮ່ວມກັບລັດຖະບານໂດຍທີ່ມີການລົງນາມ ສປປ ລາວ ຢູ່ໃນເຂດພື້ນທີ່ຂອງ 3 ກມ2 ເຊີ່ງມີໄລຍະເວລາ 5.2 ປີໃນການຜະລິດ.

ວັນທີ 22 ມິຖຸນາປີ 2009, ບໍລິສັດຮຸ້ນສ່ວນຫວຽດ – ລາວ ບໍ່ແຮ່ຈຳກັດໄດ້ຮັບການສ້າງຕັ້ງຂື້ນ, ອີງຕາມການໃບອະນຸຍາດລົງທຶນຕ່າງປະເທດອອກໂດຍກະຊວງແຜນການແລະການລົງທຶນ, ສປປ ລາວ ມີການຈົດທະບຽນ 25,000,000 ຂອງເງິນໂດລາສະຫະລັດ.

ວັນທີ 14 ພຶດສະພາປີ 2010 ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ຈຳກັດ. ໄດ້່ສົ່ງເນື້ອທີ່ ທີ່ບໍ່ເປັນເສດຖະກິດຄືນໃຫ້ລັດຖະບານ 50 ກມ2.

ວັນທີ 21 ເດືອນ ພະຈິກ ປີ 2012 ບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ຈຳກັດ ໄດ້ຮ່ວມ ເຊັນ ສັນຍາເພີ່ມເຕີມອີກກັບລັດຖະບານ ສປປ ລາວ ເພື່ອການສຳຫຼວດ ແລະ ການຂຸດຄົ້ນ ຄຳຢູ່ ໃນເຂດພື້ນທີ່ເພີ່ມເຕີມຂອງ 399.1 ກມ2, ເຊີ່ງໄດ້ກວມເອົາ ບ້ານ ວັງຕັດ, ເມືອງ ສານໄຊ, ແຂວງ ອັດຕະປື ແລະ ບ້ານ ດຸກລັກ ເມືອງ ດັກຈຶງ, ແຂວງ ເຊກອງ, ສປປ ລາວ.

02/11/2015 ກອງປະຊຸມໃຫຍ່ຜູ້ຖືຫຸ້ນ ບໍລິສັດ ຫຸ້ນສວນ ຫວຽດ-ລາວ ບໍ່ແຮ່ຈຳກັດ ໄດ້ລົງມາດຕິຮັບຮອງການປັບປຸງໂຄງສ້າງການຖືຫຸ້ນຂອງບໍລິສັດ. ໄດ້ຕົງລົງຍ້າຍຖານການລົງທືນຈາກ ບໍລິສັດຫຸ້ນສວນຫວຽດ-ລາວຈຳກັດ ສສ ຫວຽດນາມ (ຜູ້ລົງທືນເບື້ອງຕົ້ນ) ມາໃຫ້ ບໍລິສັດຫຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ຈຳກັດ ທີ່ຈົດທະບຽນຢູ່ ສປປ ລາວ ເປັນຜູ້ລົງທືນໂດຍກົງ ແລະ ຮອບດ້ານ.

ວັນທີ 10/08/2016 ຢູ່ທີນະຄອນຫຼວງວຽງຈັນ, ກອງປະຊຸມໃຫຍ່ຜູ້ຖືຫຸ້ນ ປະຈຳປີ 2016 ໄດ້ຕົກລົງຮັບຮອງ ຮູບແບບບໍລິສັດ ຫຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດ ເປັນ ວິສາຫະກິດ ເອກະຊົນພາຍໃນປະເທດ ຮູບແບບບໍລິສັດຈຳກັດ, ກອງປະຊຸມຜູ້ຖືຫຸ້ນ ໄດ້ລົງມະຕິແຕ່ງຕັ້ງ ຄະນະອຳນວຍການ ບໍລິສັດ ຫຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈຳກັດ, ໂດຍມີ: ທ່ານ ພົງໄຊ ໄຊຊະນະ ໄຊຍະເສນາ (Mr. Phongxay xayxana XAYASENA) ເປັນຜູ້ອຳນວຍການໃຫຍ່ (General Director), ທ່ານ ບຸ໋ຍ ແອັງ ດຶກ (Mr. Bui Anh Duc) ເປັນຮອງອຳນວຍການໃຫຍ່, ຜູ້ປະຈໍາການໂຄງການບໍໍ່ຄໍາວັງຕັດ ແລະ ຮັບຜິດຊອບບັນດາໂຄງການບໍ່ແຮ່ ( Deputy General Director,Field Manager of Vangtat mining ), ທ່ານ ຟາມ ຫງ໋ອກ ແຄັງ (Mr. Pham Ngoc Khanh) ເປັນຮອງອຳນວຍການ, ຮັບຜິດຊອບວຽກງານເຕັກນີກ (Deputy Director and Technical manager), ທ່ານ ນາງ ສິຣິວັນ ປັດທຳມະວົງ (Mrs.Sirivan Patthammavog) ເປັນຮອງອຳນວຍການ, ຮັບຜິດຊອບວຽກງານພົວພັນລັດຖະບານ ( Deputy Director, Government Relations Coordinator).

ກອງປະຊຸມ ຍັງໄດ້ຕົກລົງຮັບຮອງເອົາ ບົດລາຍງານ ການເຄື່ອນໄຫວພັດທະນາບໍ່ແຮ່ ເຂດວັງຕັດ ເມືອງ ສານໄຊ ແຂວງ ອັດຕະປຶ ສົກປີ 2015 ຫາ ຫົກເດືອນຕົ້ນປີ 2016 ແລະ ຮັບຮອງເອົາ ແຜນການລົງທຶນ ແລະ ແຜນການເຄື່ອນໄຫວພັດທະນາບໍ່ແຮ່ ເຂດວັງຕັດ ເມືອງ ສານໄຊ ແຂວງ ອັດຕະປຶ ປະຈຳຫົກເດືອນທ້າຍປີ 2016 ແລະ ສົກປີ 2017 ຢ່າງເປັນເອກະສັນ.

ເດືອນ ມັງກອນ 2018 ບໍລິສັດຫຸ້ນສ່ວນຫວຽດ-ລາວບໍ່ແຮ່ຈຳກັດ ໄດ້ປ່ຽນຊື່ມາເປັນ ບໍລິສັດວັງຕັດຂຸດຄົ້ນບໍ່ແຮ່ຈຳກັດ ຕາມໃບຢັ້ງຢືນ ຂອງກົມສົ່ງເສີມການລົງທືນ ກະຊວງແຜນການ ແລະ ການລົງທືນ ສະບັບເລກທີ 008/ລທ.4  ລົງວັນທີ  25/01/2018.