ເດືອນພຶດສະພາ 2014 ໃນ​ຕົ້ນ​ເດືອນ 05/2014 ​ໂຄງການ​ບໍ່ຄຳ​ວັງ​ຕັດ​ໄດ້​ລົງທຶນ​ບຸກ​ເບີກ​ເນື້ອ​ທີ່​ດິນ 50 ​ເຮັກຕາ ​ເພື່ອ​ເຮັດ​ເປັນ​ສວນ​ສາທິດ​ທົດ​ລອງ​ປູກ​ຕົ້ນ​ໄມ້ ​ພືດ​ຜັກ​ກະສິກຳ​ຢູ່​ເຂດ​ບ້ານ​ວັງ​ຕັດ​ໃຫ່ຍ

ໃນ​ຕົ້ນ​ເດືອນ 05/2014 ​ໂຄງການ​ບໍ່ຄຳ​ວັງ​ຕັດ​ໄດ້​ລົງທຶນ​ບຸກ​ເບີກ​ເນື້ອ​ທີ່​ດິນ 50 ​ເຮັກຕາ ​ເພື່ອ​ເຮັດ​ເປັນ​ສວນ​ສາທິດ​ທົດ​ລອງ​ປູກ​ຕົ້ນ​ໄມ້​ພືດ​ຜັກ​ກະສິກຳ​ຢູ່​ເຂດ​ບ້ານ​ວັງ​ຕັດ​ໃຫ່ຍ ​ເມືອງ​ຊານ​ໄຊ​ ​ແຂວງ​ອັດ​ຕະປື.

​ໃນ​ເບື້ອງ​ຕົ້ນ​ບໍລິສັດ​ໄດ້​ລົງມື​ປູກ​ໝາກກາ​ເຟ ຈຳນວນ 20 ​ເຮັກຕາ ຕົກ​ເປັນ​ມູນ​ຄ່າ 500 ລ້ານກີບ, ​ໂດຍ​ເປີດ​ໂອກາດ​ໃຫ້​ປະຊາຊົນ​ຊາວບ້ານ​ໃກ້​ຄຽງ ​ເຂົ້າ​ມາ​ສຶກສາ​ຮໍ່າຮຽນວິທີ​ປູກຝັງ, ບົວລະບັດ​ຮັກສາ​ໝາກກາ​ເຟ, ປະຈຸ​ບັນ​ນີ້​ຕົ້ນ​ໝາກ​ກາ​ເຟ ​ໃນ​ເນື້ອ​ທີ່​ດັ່ງກ່າວ​ກຳລັງ​ເຕີບ​ໂຕ​ຢ່າງ​ເປັນ​ລຳດັບ ​ແລະ ຄາດກະ​ວ່າ​ຈະ​ໃຫ້​ຜົນ​ຜະລິດ​ໃນ​ຕົ້ນ​ປີໜ້າ.