ວັນທີ 26 ມິຖຸນາ 2013 ທ່ານ ບຸ໋ຍແອັງດຶກ ອຳນວຍການໃຫ່ຍບໍລິສັດຮຸ້ນສ່ວນ ຫວຽດ-ລາວ ບໍ່ແຮ່ ຈໍາກັດ ພ້ອມດ້ວຍຄະນະບໍລິຫານງານພາກສະໜາມໄດ້ຮ່ວມປະຊຸມເຮັດວຽກກັບຄະນະປົກຄອງເມືອງຊານໄຊ ແຂວງອັດຕະປື, ເຊິ່ງນຳໂດຍ ທ່ານ ຄຳຫວັນ ຈັນທະໂຄດ ເຈົ້າເມືອງ ເມືອງຊານໄຊ ແຂວງອັດຕະປື, ໃນກອງປະຊຸມດັ່ງກ່າວໄດ້ເອກະພາບກັນກ່ຽວກັບການແຜນການເຄື່ອນໄຫວຂອງບໍລິສັດເພື່ອປະກອບສ່ວນເຂົ້າໃນການພັດທະນາເຂດຈຸດສຸມວັງຕັດ, ໂດຍເລັ່ງໃສ່ການຊ່ວຍສ້າງບຸກຄະລາກອນກັບທີ່ດ້ານກະສິກຳ ແລະ ດ້ານສາທາລະນະສຸກເພື່ອຮັບໃຊ້ປະຊາຊົນຢູ່ເຂດວັງຕັດປີລະ 2 ທຶນ, ການສະໜັບສະໜູນໂຄງການລ້ຽງສັດ, ການປະກອບສ່ວນສ້າງກຳແພງອ້ອມຫ້ອງການປັກຄອງເມືອງຊານໄຊ ແຂວງອັດຕະປື.