22/08/2013 ທ່ານ ບຸ໋​ຍ ​ແອັງດຶກ ພ້ອມ​ດ້ວຍ​ ຄະນະ​ອຳນວຍ​ການ ບໍລິສັດ​ຫຸ້ນ​ສ່ວນ​ຫວຽດ-ລາວບໍ່​ແຮ່ຈຳກັດ ​ໄດ້​ມອບ​ເງິນ​ຈຳນວນ 420.000.00 $ ( ສີ່​ແສນ​ຊາວ​ພັນ​ໂດ​ລາ​ສະຫະລັດ ) ​ໃຫ້​ແກ່​ ອົງ​ການຈັດ​ຕັ້ງປົກຄອງ​ທ້ອງ​ຖິ່ນ ​ແຂວງ​ອັດ​ຕະປື

ວັນ​ສຸກ, ວັນ​ທີ 22/08/2013 ທ່ານ ບຸ໋​ຍ ​ແອັງດຶກ ພ້ອມ​ດ້ວຍ​ ຄະນະ​ອຳນວຍ​ການ ບໍລິສັດ​ຫຸ້ນ​ສ່ວນ​ຫວຽດ-ລາວບໍ່​ແຮ່ຈຳກັດ ​ໄດ້​ມອບ​ເງິນ​ຈຳນວນ 420.000.00 $ ( ສີ່​ແສນ​ຊາວ​ພັນ​ໂດ​ລາ​ສະຫະລັດ ) ​ໃຫ້​ແກ່​ ອົງ​ການຈັດ​ຕັ້ງປົກຄອງ​ທ້ອງ​ຖິ່ນ ​ແຂວງ​ອັດ​ຕະປື ​ເພື່ອ​ນຳ​ໃຊ​ເຂັ້າ​ໃນ​ການ​ພັດທະນາ​ໂຄງ​ລ່າ​ງ ຂອງ​ແຂວງ​ອັດ​ຕະປື ​ໂດຍ​ສະ​ເພາະ ​ແມ່ນ​ໂຄງການ​ກໍ່ສ້າງ​ຊົນລະປະທານ​ພາຍ​ໃນ​ແຂວງ​ອັດ​ຕະປື. ​ໃຫ້ກຽດຮັບ​ໂດຍ​ທ່ານ ຄຳ​ພອນ ໝອກ​ເມືອງ​ຊຳ, ຮອງ​ເຈົ້າ​ແຂວງໆ​ອັດ​ຕະປື, ຜູ້ຊີ້​ນຳ​ວຽກງານ​ເສດຖະກິດ, ພາຍ​ໄຕ້​ການ​ເຂົ້າ​ຮ່ວມ​ເປັນ​ສັກ​ສີ​ພະຍານ ຈາກ​ຫ້ອງ​ວ່າການ​ປົກຄອງ​ ແຂວງ​ອັດ​ຕະປື, ພະ​ແນ​ກການ​ເງິນ ​ແຂວງ​ອັດ​ຕະປື.